ເມື່ອບ້ານເມືອງສູນເສຍເອກະລາດ ປະຊາຊົນຕົກເປັນຂ້ອຍຂ້າມ້າໃຊ້ຂອງຕ່າງຊາດ (ສະຫຍາມ) ເຮັດໃຫ້ເຈົ້າອະນຸວົງ ເກີດຄວາມຮູ້ສຶກຢາກກູ້ຊາດ
ກູ້ເອົາອິດສະຫລະພາບຂອງຊາວລ້ານຊ້າງວຽງຈັນກັບຄືນມາ. ເພື່ອກະກຽມໃຫ້ແກ່ການລຸກຂຶ້ນກູ້ຊາດຍາດແຜ່ນດິນຄືນມາ,
ພາຍຫລັງໄດ້ຖືກແຕ່ງຕັ້ງ ຈາກສະຫຍາມໃຫ້ເປັນກະສັດລ້ານຊ້າງວຽງຈັນ, ເຈົ້າອານຸວົງ ກໍໄດ້ດຳເນີນພາລະກິດອັນສຳຄັນຫລາຍປະການ ເຊັ່ນ :
ດ້ານການເມືອງ :
- ໄດ້ຕິດຕາມຂະບວນການຕໍ່ສູ້ຂອງປະຊາຊົນຢູ່ໃນແຕ່ລະທ້ອງຖິ່ນ
ຄື : ຢູ່ຈຳປາສັກ
ພາຍໃຕ້ການນຳພາຂອງອ້າຍຊຽງແກ້ວ
ຢູ່ເມືອງໂຂງ; ການຕໍ່ສູ້ ຂອງເຈົ້າໂອ, ເຈົ້າອິນ ຢູ່ອັດຕະປື; ສ່ວນຢູ່ພາກເໜືອ ພາກກາງ ກໍ່ມີຂະບວນຂອງປະຊາຊົນທີ່ບໍ່ພໍໃຈກັບສັກດີນາທ້ອງຖິ່ນ ໄດ້ລຸກຂຶ້ນແບບກະແຈກກະຈາຍ; ຢູ່ນະຄອນພະນົມກໍ່ປະກາດແຍກຕົວບໍ່ຂຶ້ນກັບບາງກອກ; ໄດ້ປັບປຸງການປົກຄອງໃນ 79 ຫົວເມືອງ ທີ່ຂຶ້ນກັບ, ໄດ້ໄປພົບກັບເຈົ້າເມືອງທີ່ເຂົ້າໃຈກັນດີຢູ່ນະຄອນພະນົມ, ມຸກດາຫານ, ໄດ້ແຕ່ງໃຫ້ເຈົ້າຣາຊະບຸດໂຍ້ ໄປເປັນຜູ້ປົກຄອງຈຳປາສັກ, ໄດ້ນຳເອົາເຮືອຄຳ, ນຳເອົາຊ້າງ
7 ສອກ ແລະ
ຂອງຂວັນອື່ນໆ ໄປມອບຖວາຍ ແດ່ເຈົ້າມັນທາຕຸລາດ ອານາຈັກລ້ານຊ້າງຫລວງພະບາງ ເພື່ອໃຫ້ຫລົງລືມຄວາມເກົ່າຄວາມຫລັງເພື່ອພ້ອມກັນຕໍ່ສູ້
ຍາດເອົາແຜ່ນດິນຄືນມາ.
ດ້ານການສ້າງສາ : ເຈົ້າອານຸວົງ ໄດ້ນຳພາປະຊາຊົນສ້າງຣາຊະວັງ, ສ້າງແລະປະຕິສັງຂອນວັດວາອາຮາມຂຶ້ນຫລາຍແຫ່ງຄື: ວັດສີສະເກດ, ປັບປຸງເມືອງໜອງຄາຍ, ສ້າງຫໍພະແກ້ວຂຶ້ນຢູ່ວັດຊ້າງເຜືອກ
ສີຊຽງໃໝ່, ລົງໄປສະຫລອງຂົວ ແລະ
ເຂົ້າຮ່ວມງານນະມັດສະການທາດພະນົມ, ສ້າງຂົວຂ້າມແມ່ນ້ຳຂອງມາສູ່ວັດອຸບມຸງ.
ດ້ານການທະຫານ : ໄດ້ປັບປຸງກອງທັບບັນດາຫົວເມືອງໃຫ້ເຂັ້ມແຂງ.
ດ້ານການຕ່າງປະເທດ : ເຈົ້າອານຸວົງ ພະຍາຍາມໃກ້ຊິດ ກັບກະສັດສະຫຍາມ ແລະ ໄດ້ຊ່ວຍສະຫຍາມຍົກທັບໄປຕີພະມ້າ ຈົນໄດ້ຮັບໄຊຊະນະ ໃນຂະນະທີ່ກອງທັບສະຫຍາມ ໄດ້ກັບມາດ້ວຍມືເປົ່າ ແລະ ເສຍໄຊແກ່ພະມ້າ ເຊິ່ງໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈກັບສະຫຍາມ. ເຈົ້າອານຸວົງ ມີນະໂຍບາຍພາຍໃນ ແລະ ພາຍນອກຢ່າງຈະແຈ້ງ; ໃນນັ້ນ ມີການພົວພັນກັບອານາມ ( ດ້າຍຫວຽດ ຫລື ຫວຽດາມໃນປະຈຸບັນ ).
ເມື່ອກະກຽມກຳລັງພຽງພໍແລ້ວກໍ່ໄດ້ ໂອກາດລົງໄປປົງສົບພະພຸດທະເລີດຫຼ້ານະພາໄລ ( ລາຊະການ
ທີ 2 ) ຂອງສະຫຍາມ.
ໃນໂອກາດນີ້ ເຈົ້າອານຸວົງໄດ້ຂໍເອົາຄົນລາວທີ່ຖືກກວາດຕ້ອນ
ໄປໃນເມື່ອກ່ອນກັບຄືນ, ຂໍເອົານາງສະໜົມລາວ, ຂໍເອົາເຈົ້າຍິງດວງຄຳ
ນ້ອງສາວອອກຈາກວັງຄືນມາ. ແຕ່ບໍ່ເປັນຈັ່ງບຸນ ເພາະຜູ້ຂຶ້ນຄອງລາດແທນ ພະພຸດທະເລີດຫຼ້ານະພາໄລ ນັ້ນ
ບໍ່ແມ່ນຜູ້ສືບທອດຕາມແຜນ ເພາະຖືກໄປບວດຍ້ອນ
ການຊ່ວງຊິງອຳນາດກັນໃນວັງ. ຜູ້ທີ່ກຳອຳນາດພັດແມ່ນຜູ້ທີ່ຂັດໃຈກັບເຈົ້າອານຸວົງມາຕະຫລອດ
ສະນັ້ນ
ຈຶ່ງບໍ່ຍອມໃຫ້ເຈົ້າອານຸວົງໄດ້ຈັກຢ່າງ. ຄວາມຄຽດແຄ້ນຂອງເຈົ້າອານຸວົງ ທີ່ມີຕໍ່ສະຫຍາມນັບມື້ເພີ່ມທະວີຂຶ້ນ. ດັ່ງນັ້ນ ເຈົ້າອານຸວົງ ຈຶ່ງໄດ້ຕັດສິນໃຈລຸກຂຶ້ນຕໍ່ສູ້ເພື່ອອິດສະຫລະພາບ ແຕ່ຍ້ອນການກະກຽມ
ແລະ ການສ້າງກຳລັງບໍ່ທັນດີ, ພາຍໃນບໍ່ທັນເຂັ້ມແຂງ, ການຊັ່ງຊາກຳລັງກໍ່ຜິດໂຕນກັນຫລາຍ,
ຝ່າຍລາວມີທະຫານພຽງແຕ່ 7 ໝື່ນຄົນ ພາຫະນະສົງຄາມກໍຫລ້າສະໄໝ
ມີແຕ່ຫອກແຕ່ດາບ, ໃຊ້ຊ້າງ, ໃຊ້ມ້າ ແລະ
ງົວກວຽນ. ກົງກັນ ຂ້າມຝ່າຍສະຫຍາມມີທະຫານ 1 ແສນ 7 ໝື່ນຄົນ, ມີອາວຸດທັນສະໄໝ: ( ປືນໃຫຍ່, ປືນ ເຫລັກຍາວ ) ມີລົດລາກແກ່ຈຳນວນໜຶ່ງ. ສະນັ້ນ, ຈຶ່ງພາໃຫ້ການຕໍ່ສູ້ຂອງເຈົ້າອານຸວົງ
ບໍ່ເປັນຜົນສຳເລັດ, ນະຄອນວຽງຈັນ ກໍ່ຖືກກອງທະຫານສະຫຍາມມາຍຶດເອົາ ແລະ ທຳລາຍທຸກສິ່ງທຸກຢ່າງບໍ່ໃຫ້ເຫລືອຫຍັງ, ເຈົ້າອານຸວົງກໍ່ຖືກຈັບໃສ່ກົງເຫຼັກໄປທໍລະມານຢ່າງປ່າເຖື່ອນຢູ່ ບາງກອກ ແລະ ເສຍຊີວິດຢູ່ທີ່ນັ້ນ. ສຳລັບຜູ້ທີ່ເປັນ ເຊື້ອເຈົ້າວຽງຈັນ ທັງໝົດກໍ່ຖືກດັບສູນ
ດ້ວຍຮູບການທໍລະມານຮ່າງກາຍ
ຫຼື ຂ້າຖິ້ມ. ສ່ວນບຸກຄົນທີ່ຮອງລົງມາກໍ່ຖືກເຮັດໃຫ້ເສຍກຽດເສຍສັກສີ, ສຳລັບປະຊາຊົນກໍ່ຖືກກວາດຕ້ອນລົງໄປບາງກອກ ແລະ ຖືກໃຊ້ງານຢ່າງໜັກ ໃນຖານະເປັນສະເລີຍເສິກ, ເປັນຂ້ອຍຂ້າມ້າໃຊ້ໃຫ້ ພວກຂຸນນາງສັກດີນາສະຫຍາມ.
ສຳລັບໂຕເມືອງວຽງຈັນກໍ່ຖືກຂຸນເສິກສະຫຍາມ ສັ່ງໃຫ້ກອງທະຫານ ຕັດກົກໄມ້ທັງໝົດ ແລະ ຈູດເຜົາທຳລາຍ, ປຸ້ນເອົາຊັບສົມບັດຂອງປະຊາຊົນແບບໂຈນ 500 ໂດຍເຈຕະນາເຮັດໃຫ້ວຽງຈັນ ເປັນເມືອງຮ້າງບໍ່ສາມາດຢູ່ໄດ້
ບໍ່ໃຫ້ຟື້ນຟູເປັນຕົວເມືອງໄດ້ອີກ. ອານາຈັກລ້ານຊ້າງວຽງຈັນ ໄດ້ຖືກຫຼຸດຖານະຈາກເປັນ
ອານາຈັກໜຶ່ງລົງມາເປັນແຄ້ວນໜຶ່ງຂອງສະຫຍາມໂດຍມີສຳນັກງານ ຕັ້ງຢູ່ໜອງຄາຍ
ຕໍ່ມາກໍ່ໄປຕັ້ງຢູ່ ອຸດອນທານີ,
ວຽງຈັນທີ່ງົດງາມກໍກາຍເປັນເມືອງຮ້າງ 60 ກວ່າປີ.
ເຖິງວ່າການຕໍ່ສູ້ກູ້ແຜ່ນດິນຄືນຂອງ ເຈົ້າອານຸວົງ ບໍ່ເປັນຜົນສຳເລັດກໍ່ຕາມ ແຕ່ມັນກໍ່ມີຄວາມໝາຍປະຫວັດສາດ ອັນເລິກເຊິ່ງຊຶ່ງສະແດງໃຫ້ເຫັນເຖິງມູນເຊື້ອຕໍ່ສູ້ອັນ
ເດັດດ່ຽວກ້າຫານ ບໍ່ຍອມຈຳນົນຂອງຄົນລາວ
ໃຕ້ການນຳພາຂອງເຈົ້າອານຸວົງ, ມູນເຊື້ອ ດັ່ງກ່າວ ຖືກຝັງເລິກຢູ່ໃນຈິດໃຈຂອງຄົນລາວທຸກຄົນ ບໍ່ວ່າຈະເປັນຄົນເຊື້ອຊາດລາວຢູ່ຝັ່ງຊ້າຍ, ກໍຄືຝັ່ງຂວາຂອງແມ່ນ້ຳຂອງຕ່າງກໍ່ຈົດຈຳມູນເຊື້ອດັ່ງກ່າວໄວ້ຕະຫລອດ ມາ ແລະ
ໄດ້ສືບຕໍ່ການຕໍ່ສູ້ໃນຮູບການໃໝ່ເປັນຕົ້ນ
ແມ່ນຊາວອີສານຂອງໄທ ໄດ້ພາກັນແຕ່ງກາບກອນ, ວັນນະຄະດີ,
ສ້າງເປັນໜັງສືອິນຕົກ ເພື່ອຄັດຄ້ານຕ້ານຢັນການສັກລາຍ ເອົາຄົນລາວອີສານເປັນສັນຊາດໄທ; ເປັນຄຳປິດສະໜາ
ແລະ ມີຄຳເວົ້າທີ່ວ່າ: “ ໝາກຟັກ, ໝາກອຶ ຢູ່ດີໆຈະກາຍເປັນຊ້າງເປັນມ້າໄດ້ແນວໃດ, ຄວາຍເຖິກຄວາຍດ່ອນ ແລະ ໝູດ່ອນ ຢູ່ດີໆຈະກາຍເປັນຍັກກິນຄົນໄດ້ແນວໃດ, ຄົນລາວ ຢູ່ດີໆຈະກາຍເປັນໄທໄດ້ແນວໃດ ”, ນອກນັ້ນ
ກໍມີຈົດໝາຍ
“ ສານລືບພະສູນ
” ແລະ ອື່ນໆ...
ຂະບວນການຕໍ່ສູ້ຕ້ານສະຫຍາມ ເພື່ອກູ້ແຜ່ນດິນຄືນຂອງ ເຈົ້າອານຸວົງ ໄດ້ເຮັດໃຫ້ລັດທິຮັກຊາດອັນດູດດື່ມເຂັ້ມຂຸ້ນຂຶ້ນ, ຊື່ສຽງຂອງນັກຮົບວິລະຊົນທີ່ເຂົ້າຮ່ວມການຕໍ່ສູ້ຄັ້ງນັ້ນເຊັ່ນ: ເຈົ້າສຸກະສານ,
ເຈົ້າລາຊະວົງ, ເຈົ້າລາຊະບຸດ, ພະຍານາລິ,
ພະຍາໄກສົງຄາມ
ແລະ ຜູ້ອື່ນໆ ໄດ້ຖືກຈົດບັນທຶກໄວ້ໃນປຶ້ມຄຳປະຫວັດສາດ
ເຊິ່ງຄົນລາວ ບໍ່ຫຼົງລືມໄດ້. ສັງລວມແລ້ວ ໄລຍະລາວ ຕົກເປັນເມືອງສ່ວຍ ແລະ
ເມືອງຂຶ້ນຂອງສະຫຍາມຮ້ອຍກວ່າປີ, ເປັນໄລຍະທີ່ນະຄອນວຽງຈັນ ຫງ່ວມເຫງົາ, ເສົ້າໝອງ ແລະ ສູນເສຍນ້ຳຕາ ບ້ານເມືອງອັນງົດງາມທີ່ບັນພະບູລຸດເຮົາສ້າງໄວ້ເກືອບ 500 ປີກ່ອນນັ້ນ
ເກືອບຈະບໍ່ຍັງເຫລືອແມ່ນແຕ່ຮ່ອງຮອຍ.
No comments:
Post a Comment