ສະໄໝຣາຊະການຂອງເຈົ້າສຸລິຍະວົງສາ, ປີພ.ສ 2183 (ຄ.ສ 1631) ເຈົ້າສຸລິຍະວົງສາ ໄດ້ຂຶ້ນຄອງລາດ, ໃນໄລຍະ57 ປີ ຂອງການປົກຄອງອານາຈັກລ້ານຊ້າງ ແມ່ນມີຄວາມສະຫງົບຮົ່ມເຢັນ, ຄວາມຂັດແຍ່ງພາຍໃນຖືກຊຳລະສະສາງ,ອິດທິກຳລັງພາຍນອກມີຄວາມເກງຂາມ ບໍ່ກ້າເຂົ້າມາລ່ວງລ້ຳ ແລະ ແຊກແຊງ, ປະຊາຊົນໄດ້ຮັບການແບ່ງດິນເພື່ອທຳມາຫາກິນຢ່າງເປັນທຳ ແລະ ຫ້າວຫັນໃນການຜະລິດ,ເຂົ້າ, ປາອຸດົມສົມບູນ.
ເຈົ້າສຸລິຍະວົງສາທຳມິກະລາດໄດ້ສັ່ງໃຫ້ເສນາອາມາດຜູ້ໃຫຍ່ພ້ອມນັກປາດອາຈານແກ້ໄຂປ່ຽນແປງ ແລະສ້າງກົດໝາຍເພື່ອເປັນຫລັກ ໃນການປົກຄອງບ້ານເມືອງ ໃຫ້ມີລະບຽບແບບແຜນ, ບ່າວໄພ່ຣາຊະດອນໄດ້ຮັບຄວາມເປັນທຳຜູ້ລ່ວງລະເມີດກໍ່ຖືກລົງໂທດໂດຍບໍ່ເລືອກໜ້ານັບທັງລູກຊາຍຂອງ ເພິ່ນເອງ ກໍ່ຖືກສັ່ງປະຫານຊີວິດ ຖານໂທດຂົ່ມຂືນ ເມຍທະຫານອົງຄະລັກຂອງເພິ່ນ. ໄດ້ເອົາໃຈໃສ່ສ້າງວັດວາອາຮາມ, ສົ່ງເສີມການສຶກສາຂະຫຍາຍໂຮງຮຽນ (ເວລານັ້ນແມ່ນໂຮງຮຽນວັດ) ສ້າງນັກປາດບັນດິດ, ປະດິດຄິດແຕ່ງວັນນະຄະດີ,ນິທານພື້ນເມືອງ, ສ້າງຮີດ 12 ຄອງ 14, ແປເທບ ນິຍາຍຈາກພາສາອິນເດຍມາເປັນພາສາລາວ.
ໄດ້ອອກກົດໝາຍວ່າດ້ວຍທີ່ດິນຊຶ່ງໄດ້ກຳນົດແຈ້ງວ່າ : ດິນທີ່ມອບໃຫ້ເຖິງ 3 ປີແລ້ວ ຫາກບໍ່ມີການນຳໃຊ້ແມ່ນໃຫ້ຜູ້ອື່ນສາມາດ ມາເອົາໄປນຳໃຊ້ໄດ້ ໂດຍເຈົ້າຂອງເກົ່າບໍ່ມີສິດທວງຖາມເອົາຄືນອີກ. ດ້ວຍເຫດນັ້ນຈິ່ງເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ແລະດຸໝັ່ນໃນການຜະລິດ, ປູກຄັ່ງ, ປູກ ຍານເປັນສິນຄ້າ.
ໄດ້ຜູກມິດໄມຕີກັບປະເທດໃກ້ຄຽງ, ຕິດຕໍ່ຄ້າຂາຍກັບຕ່າງປະເທດ, ວຽງຈັນເວລານັ້ນໄດ້ກາຍເປັນສູນກາງການຄ້າຄັ່ງ ແລະຍານ ຈົນມີພໍ່ຄ້າ ຊາວ ໂຮນລັງ(Holland)ຊື່ ວັນວຸດສະຕົບເຊິ່ງເປັນຊາວຕາເວັນຕົກຄະນະທຳອິດທີ່ເຂົ້າມາວຽງຈັນໃນປີ1641 ເພື່ອຊື້ຄັ່ງ ແລະຍານ. ໃນປີ1642-1647 ມີຄະນະ ຂອງ ຄຸນພໍ່ ເລີເລຍ ແລະມາລີນີ ເຊິ່ງເປັນຊາວອີຕາລີໄດ້ເຂົ້າມາເຖິງວຽງຈັນ, ພວກເພິ່ນໄດ້ຍ້ອງຍໍວ່າເມືອງວຽງຈັນງົດງາມ, ຫໍຜາສາດຣາຊະວັງສະຫງ່າ ກວ້າງຂວາງ,ປະຊາຊົນລາວເປັນຄົນດີ ບໍ່ເອົາປຽບເອົາລັດກັນ, ຮັກແພງຄົນຕ່າງປະເທດ, ເປັນຄົນຊື່ສັດ ເກັບຂອງ ຕົກເຮ່ຍ ໄດ້ກໍ່ຄືນເຈົ້າຂອງ ໂດຍບໍ່ຮຽກຮ້ອງຄ່າຮັກສາແຕ່ຢ່າງໃດ. ພວກເພີ່ນຍັງເວົ້າວ່າບໍ່ເຫັນຄົນລາວຜິດຖຽງກັນຄົນລາວມີກົດໝາຍພື້ນເມືອງດີ ແລະ ປະຕິບັດເຄັ່ງຄັດຜູ້ໃດທີ່ກະທຳຜິດຜູ້ໃດໝິ່ນປະໝາດຄົນອື່ນກໍ່ລ້ວນແຕ່ຖືກປັບໃໝ.
ສັງລວມແລ້ວຕະຫລອດໄລຍະ 57 ປີທີ່ເຈົ້າສຸລະຍິວົງສາຂຶ້ນຄອງລາດອານາຈັກລ້ານຊ້າງ ຢູ່ໃນຄວາມສະຫງົບປາສະຈາກເສິກ ທາງເໜືອເສືອທາງໃຕ້, ປະຊາຊົນມີຄວາມຮົ່ມເຢັນ, ການສຶກສາໄດ້ຮັບການພັດທະນາ, ນັກປາດບັນດິດ, ຄຳພີດີກາ,ນິທານພື້ນເມືອງ, ເທບນິຍາຍ, ຮີດຄອງປະເພນີອັນດີງາມທີ່ສືບທອດມາເຖິງປະຈຸບັນກໍ່ເກີດຂຶ້ນໃນສະໄໝເຈົ້າສຸລິຍະວົງສາຄອງເມືອງ; ເຮັດໃຫ້ຊາດລາວມີມູນເຊື້ອອັນຈົບງາມທາງ ດ້ານຮີດຄອງ,ປະເພນີ,ວັດທະນະທຳ, ເປັນໄລຍະຮຸ່ງເຮືອງເຫລືອງເຫລື້ອມດ້ານວັດທະນະທຳທີ່ໂດດເດັ່ນທີ່ ສຸດ.
ເຈົ້າສຸລິຍະວົງສາ ໄດ້ສິ້ນພະຊົນໃນປີ1695 ພາຍຫລັງຄອງເມືອງມາໄດ້57 ປີ ລວມ ອາຍຸໄດ້ 82 ປີ. ພາຍຫລັງເຈົ້າສຸລິຍະວົງສາສິ້ນພະຊົນ, ອານາຈັກລ້ານຊ້າງໄດ້ຕົກເຂົ້າສູ່ວິກິດການອັນຮ້າຍແຮງອີກເທື່ອ ໜຶ່ງ ເຊິ່ງສາຍເຫດ ແມ່ນຍ້ອນຜູ້ຂຶ້ນປົກຄອງເມືອງບໍ່ແມ່ນເຊື້ອກະສັດ, ພຽງແຕ່ໄລຍະ 36 ປີ (1698 - 1734) ມີການອະພິເສກສາມັນຊົນຂຶ້ນເປັນເຈົ້າຊີວິດເຖິງ 4 ອົງ ໝາຍຄວາມວ່າ 9 ປີໃດປ່ຽນຖ່າຍເຈົ້າຊີວິດເທື່ອໜຶ່ງ ເຊິ່ງຜິດກັບກົດມົນທຽນ ຂອງສັກດີນາ ສຳລັບການປົກຄອງໃນສະໄໝບູຮານເພາະວ່າຕາມກົດມົນທຽນຂອງສັກດີນານັ້ນແມ່ນປະຕິບັດ ຕາມລະບອບລາຊະທາຍາດ (ພໍ່ຕາຍລູກຂຶ້ນແທນ) ແຕ່ອານາຈັກລ້ານຊ້າງມີໄລຍະໜຶ່ງຂາດຜູ້ສືບແທນເຮັດໃຫ້ ພວກຂຸນນາງທີ່ບໍ່ແມ່ນເຊື້ອກະສັດ ຈິ່ງຍາດກັນຂຶ້ນເປັນເຈົ້າແຜ່ນດິນ. ສະນັ້ນຈິ່ງເກີດການໂຄ່ນລົ້ມກັນ ຫລື ກໍ່ການກະບົດຫລື ແຍກຕົວເປັນອິດສະຫລະ ອັນເປັນເຫດໃຫ້ອານາຈັກລ້າງ ຊ້າງ ຖືກແບ່ງອອກເປັນສາມ ອານາຈັກ ຄື : ອານາຈັກລ້ານຊ້າງວຽງຈັນ, ອານາຈັກຫລວງພະບາງແລະ ອານາຈັກຈຳປາສັກ
No comments:
Post a Comment