Monday, February 18, 2013

ຣາຊະການເຈົ້າອານຸວົງ


ເມື່ອບ້ານເມືອງສູນເສຍເອກະລາດປະຊາຊົນຕົກເປັນຂ້ອຍຂ້າມ້າໃຊ້ຂອງຕ່າງຊາດ (ສະຫຍາມ) ​ເຮັດໃຫ້ເຈົ້າອະນຸວົງເກີດຄວາມຮູ້ສຶກຢາກກູ້ຊາດ ກູ້ເອົາອິດສະຫລະພາບຂອງຊາວ​​ລ້ານຊ້າງວຽງຈັນກັບຄືນມາ. ​ເພື່ອກະກຽມໃຫ້ແກ່ການລຸກຂຶ້ນກູ້ຊາດຍາດແຜ່ນດິນຄືນມາ, ພາຍຫລັງໄດ້ຖືກແຕ່ງຕັ້ງ ຈາກສະຫຍາມໃຫ້ເປັນກະສັດລ້ານຊ້າງວຽງຈັນ, ​ເຈົ້າອານຸວົງກໍໄດ້ດຳເນີນພາລະກິດອັນສຳຄັນຫລາຍປະການເຊັ່ນ :
ດ້ານການເມືອງ : - ​ໄດ້ຕິດຕາມຂະບວນການຕໍ່ສູ້ຂອງປະຊາຊົນຢູ່ໃນແຕ່ລະທ້ອງຖິ່ນ ຄື : ຢູ່ຈຳປາສັກ ພາຍໃຕ້ການນຳພາຂອງອ້າຍຊຽງແກ້ວ ຢູ່ເມືອງໂຂງ; ການຕໍ່ສູ້ຂອງເຈົ້າໂອ, ເຈົ້າອິນ ຢູ່ອັດຕະປື; ສ່ວນຢູ່ພາກເໜືອ ພາກກາງ ກໍ່ມີຂະບວນຂອງປະຊາຊົນທີ່ບໍ່ພໍໃຈກັບສັກດີນາທ້ອງຖິ່ນໄດ້ລຸກຂຶ້ນແບບກະແຈກກະຈາຍ; ຢູ່ນະຄອນພະນົມກໍ່ປະກາດແຍກຕົວບໍ່ຂຶ້ນກັບບາງກອກ; ​ໄດ້ປັບປຸງການປົກຄອງໃນ 79 ຫົວເມືອງ ທີ່ຂຶ້ນກັບ, ​ໄດ້ໄປພົບກັບເຈົ້າເມືອງທີ່ເຂົ້າໃຈກັນດີຢູ່ນະຄອນພະນົມ, ມຸກດາຫານ, ​ໄດ້ແຕ່ງໃຫ້​​ເຈົ້າຣາຊະບຸດໂຍ້ໄປເປັນຜູ້ປົກຄອງຈຳປາສັກ, ​ໄດ້ນຳ​​ເອົາເຮືອຄຳ, ນຳເອົາຊ້າງ 7 ສອກແລະ ຂອງຂວັນອື່ນໆໄປມອບຖວາຍແດ່ເຈົ້າມັນທາຕຸລາດ ອານາຈັກລ້ານຊ້າງຫລວງພະບາງເພື່ອໃຫ້ຫລົງລືມຄວາມເກົ່າຄວາມຫລັງເພື່ອພ້ອມກັນຕໍ່ສູ້ ຍາດເອົາແຜ່ນດິນຄືນມາ.
ດ້ານການສ້າງສາ : ​ເຈົ້າອານຸວົງໄດ້ນຳພາປະຊາຊົນສ້າງຣາຊະວັງ, ສ້າງແລະປະຕິສັງຂອນວັດວາອາຮາມຂຶ້ນຫລາຍແຫ່ງຄື: ວັດສີສະ​​ເກດ, ປັບປຸງເມືອງໜອງຄາຍ, ສ້າງຫໍພະແກ້ວຂຶ້ນຢູ່ວັດຊ້າງເຜືອກ ສີຊຽງໃໝ່, ລົງໄປສະຫລອງຂົວແລະ ເຂົ້າຮ່ວມງານນະມັດສະການທາດພະນົມ, ສ້າງຂົວຂ້າມແມ່ນ້ຳຂອງມາສູ່ວັດອຸບມຸງ.
ດ້ານການທະຫານ : ​ໄດ້ປັບປຸງກອງທັບບັນດາຫົວເມືອງໃຫ້ເຂັ້ມແຂງ.
ດ້ານການຕ່າງປະເທດ : ​ເຈົ້າອານຸວົງພະຍາຍາມໃກ້ຊິດກັບກະສັດສະຫຍາມແລະໄດ້ຊ່ວຍສະຫຍາມຍົກທັບໄປຕີພະມ້າຈົນໄດ້ຮັບ​​ໄຊຊະນະ ນຂະນະທີ່ກອງທັບສະຫຍາມໄດ້ກັບມາດ້ວຍມືເປົ່າແລະເສຍໄຊແກ່ພະມ້າເຊິ່ງໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈກັບສະຫຍາມ. ເຈົ້າອານຸວົງມີນະໂຍບາຍພາຍໃນແລະ ພາຍນອກຢ່າງຈະແຈ້ງ; ​ໃນນັ້ນມີການພົວພັນກັບອານາ ( ດ້າຍຫວຽດ ຫລື ຫວຽດາມໃນປະຈຸບັນ ).
ເມື່ອກະກຽມກຳລັງພຽງພໍແລ້ວກໍ່ໄດ້ໂອກາດລົງໄປປົງສົບພະພຸດທະເລີດຫຼ້ານະພາໄລ ( ລາຊະການທີ 2 ) ຂອງສະຫຍາມ​. ໃນໂອກາດນີ້ ເຈົ້າອານຸວົງໄດ້ຂໍເອົາຄົນລາວທີ່ຖືກກວາດຕ້ອນ ໄປໃນເມື່ອກ່ອນກັບຄືນ, ຂໍເອົານາງສະໜົມລາວ, ຂໍ​​ເອົາເຈົ້າຍິງດວງຄຳ ນ້ອງສາວອອກຈາກວັງຄືນມາ. ​ແຕ່ບໍ່ເປັນຈັ່ງບຸນ ເພາະຜູ້ຂຶ້ນຄອງລາດແທນພະພຸດທະເລີດຫຼ້ານະພາໄລ ນັ້ນບໍ່ແມ່ນຜູ້ສືບທອດຕາມແຜນເພາະຖືກໄປບວດຍ້ອ ການຊ່ວງຊິງອຳນາດກັນໃນວັງ. ຜູ້ທີ່ກຳອຳນາດພັດແມ່ນຜູ້ທີ່ຂັດໃຈກັບເຈົ້າອານຸວົງມາຕະຫລອດ ສະນັ້ນ ຈຶ່ງບໍ່ຍອມໃຫ້ເຈົ້າອານຸວົງໄດ້ຈັກຢ່າງ. ຄວາມຄຽດ​​ແຄ້ນຂອງເຈົ້າອານຸວົງທີ່ມີຕໍ່ສະຫຍາມນັບມື້ເພີ່ມທະວີຂຶ້ນ. ດັ່ງນັ້ນ ເຈົ້າອານຸວົງຈຶ່ງໄດ້ຕັດສິນໃຈລຸກຂຶ້ນຕໍ່ສູ້ເພື່ອອິດສະຫລະພາບແຕ່ຍ້ອນການກະກຽມແລະ ການສ້າງກຳລັງບໍ່ທັນດີ, ພາຍໃນບໍ່ທັນເຂັ້ມແຂງ, ການຊັ່ງຊາກຳລັງກໍ່ຜິດໂຕນກັນຫລາຍ, ຝ່າຍລາວມີທະຫານພຽງແຕ່ 7 ໝື່ນຄົນພາຫະນະສົງຄາມກໍຫລ້າສະໄໝ ມີແຕ່ຫອກແຕ່ດາບ, ​ໃຊ້ຊ້າງ​, ​ໃຊ້ມ້າແລະ ງົວກວຽນ. ກົງກັນ ຂ້າມຝ່າຍສະຫຍາມມີທະຫານ 1 ​ແສນ 7 ໝື່ນຄົນ, ມີອາວຸດທັນສະໄໝ: ( ປືນໃຫຍ່, ປືນເຫລັກຍາວ ) ມີລົດລາກແກ່ຈຳນວນໜຶ່ງ. ສະນັ້ນ, ຈຶ່ງພາໃຫ້ການຕໍ່ສູ້ຂອງເຈົ້າອານຸວົງບໍ່ເປັນຜົນສຳເລັດ, ນະຄອນວຽງຈັນກໍ່ຖືກກອງທະຫານສະຫຍາມມາຍຶດເອົາ ແລະ ທຳລາຍທຸກສິ່ງທຸກຢ່າງບໍ່ໃຫ້ເຫລືອຫຍັງ, ​ເຈົ້າອານຸວົງກໍ່ຖືກຈັບໃສ່ກົງເຫຼັກໄປທໍລະມານຢ່າງປ່າເຖື່ອນຢູ່ບາງກອກ ແລະ ເສຍຊີວິດຢູ່ທີ່ນັ້ນ. ສຳລັບຜູ້ທີ່ເປັນເຊື້ອເຈົ້າວຽງຈັ ທັງໝົດກໍ່ຖືກດັບສູນ ດ້ວຍຮູບການທໍລະມານຮ່າງກາຍ ຫຼື ຂ້າຖິ້ມ. ສ່ວນບຸກຄົນທີ່ຮອງລົງມາກໍ່ຖືກເຮັດໃຫ້ເສຍກຽດເສຍສັກສີ, ສຳລັບປະຊາຊົນກໍ່ຖືກກວາດຕ້ອນລົງໄປບາງກອກ​ ​ແລະ ຖືກ​​ໃຊ້ງານຢ່າງໜັກໃນຖານະເປັນສະເລີຍເສິກ, ​ເປັນຂ້ອຍຂ້າມ້າ​​ໃຊ້ໃຫ້ພວກຂຸນນາງສັກດີນາສະຫຍາມ.
ສຳລັບໂຕເມືອງວຽງຈັນກໍ່ຖືກຂຸນເສິກສະຫຍາມສັ່ງໃຫ້ກອງທະຫານຕັດກົກໄມ້ທັງໝົດ ແລະ ຈູດເຜົາທຳລາຍ, ປຸ້ນເອົາຊັບສົມບັດຂອງປະຊາຊົນແບບໂຈນ 500 ​ໂດຍເຈຕະນາ​​ເຮັດໃຫ້ວຽງຈັນເປັນເມືອງຮ້າງບໍ່ສາມາດຢູ່ໄດ້ ບໍ່ໃຫ້ຟື້ນຟູເປັນຕົວເມືອງໄດ້ອີກ. ອານາຈັກລ້ານຊ້າງວຽງຈັນໄດ້ຖືກຫຼຸດຖານະຈາກເປັ ອານາຈັກໜຶ່ງລົງມາເປັນແຄ້ວນໜຶ່ງຂອງສະຫຍາມ​​ໂດຍມີສຳນັກງານຕັ້ງຢູ່ໜອງຄາຍ ຕໍ່ມາກໍ່ໄປຕັ້ງຢູ່ອຸດອນທານີ, ວຽງຈັນທີ່ງົດງາມກໍກາຍເປັນເມືອງຮ້າງ 60 ກວ່າປີ.
ເຖິງວ່າການຕໍ່ສູ້ກູ້ແຜ່ນດິນຄືນຂອງເຈົ້າອານຸວົງບໍ່ເປັນຜົນສຳເລັດກໍ່ຕາມແຕ່ມັນກໍ່ມີຄວາມໝາຍປະຫວັດສາດ ອັນເລິກເຊິ່ງຊຶ່ງສະແດງໃຫ້ເຫັນເຖິງມູນເຊື້ອຕໍ່ສູ້ອັນ ເດັດດ່ຽວກ້າຫານບໍ່ຍອມຈຳນົນຂອງຄົນລາວໃຕ້ການນຳພາຂອງເຈົ້າອານຸວົງ, ມູນເຊື້ອ ດັ່ງກ່າວ ຖືກຝັງເລິກຢູ່ໃນຈິດໃຈຂອງຄົນລາວທຸກຄົນບໍ່ວ່າຈະເປັນຄົນເຊື້ອຊາດລາວຢູ່ຝັ່ງຊ້າຍ, ກໍຄືຝັ່ງຂວາຂອງແມ່ນ້ຳຂອງຕ່າງກໍ່ຈົດຈຳມູນເຊື້ອດັ່ງກ່າວໄວ້ຕະຫລອດມາແລະໄດ້ສືບຕໍ່ການຕໍ່ສູ້ໃນຮູບການໃໝ່ເປັນຕົ້ນ ແມ່ນຊາວອີສານຂອງໄທໄດ້ພາກັນແຕ່ງກາບກອນ, ວັນນະຄະດີ, ສ້າງເປັນໜັງສືອິນຕົກເພື່ອຄັດຄ້ານຕ້ານຢັນການສັກລາຍ ​​ເອົາຄົນລາວອີສານເປັນສັນຊາດໄທ; ​ເປັນຄຳປິດສະໜາແລະ ມີຄຳເວົ້າທີ່ວ່າ: “ ໝາກຟັກ, ໝາກອຶ ຢູ່ດີໆຈະກາຍເປັນຊ້າງເປັນມ້າໄດ້ແນວໃດ, ຄວາຍເຖິກຄວາຍດ່ອນແລະ ໝູດ່ອນຢູ່ດີໆຈະກາຍເປັນຍັກກິນຄົນໄດ້ແນວໃດ, ຄົນລາວຢູ່ດີໆຈະກາຍເປັນໄທໄດ້ແນວໃດ ”, ນອກນັ້ນກໍມີຈົດໝາຍສານລືບພະສູນແລະ ອື່ນໆ... ຂະບວນການຕໍ່ສູ້ຕ້ານສະຫຍາມເພື່ອກູ້ແຜ່ນດິນຄືນຂອງ ເຈົ້າອານຸວົງໄດ້ເຮັດໃຫ້ລັດທິຮັກຊາດອັນດູດດື່ມເຂັ້ມຂຸ້ນຂຶ້ນ, ຊື່ສຽງຂອງນັກຮົບວິລະຊົນທີ່​​ເຂົ້າຮ່ວມການຕໍ່ສູ້ຄັ້ງນັ້ນເຊັ່ນ: ເຈົ້າສຸກະສານ​, ເຈົ້າລາຊະວົງ, ເຈົ້າລາຊະບຸດ, ພະຍານາລິ, ພະຍາໄກສົງຄາມແລະ ຜູ້ອື່ນໆ ໄດ້ຖືກຈົດບັນທຶກໄວ້ໃນປຶ້ມຄຳປະຫວັດສາດ ເຊິ່ງຄົນລາວບໍ່ຫຼົງລືມໄດ້​. ສັງລວມແລ້ວໄລຍະລາວຕົກເປັນເມືອງສ່ວຍແລະ ເມືອງຂຶ້ນຂອງສະຫຍາມຮ້ອຍກວ່າປີ, ​ເປັນໄລຍະທີ່ນະຄອນວຽງຈັນຫງ່ວມເຫງົາ, ​ເສົ້າໝອງແລະ ສູນເສຍນ້ຳຕາ ບ້ານເມືອງອັນງົດງາມທີ່ບັນພະບູລຸດເຮົາສ້າງໄວ້ເກືອບ 500 ປີກ່ອນນັ້ນເກືອບຈະບໍ່ຍັງເຫລືອແມ່ນແຕ່ຮ່ອງຮອຍ.