Monday, February 18, 2013

ເພງຊາດລາວ


ເພງຊາດລາວ ແຕ່ງທຳນອງແລະເນື້ອຮ້ອງສະບັບທຳອິດໂດຍທ່ານ ດຣ. ທອງດີ ສຸນທອນວຶຈິດ (1905-1968) ເມື່ອປີ 1941, ໄດ້ນຳໃຊ້ເປັນເພງຊາດລາວສະໄຫມພະຣາຊະອານາຈັກລາວເມື່ອປີ 1947. ພາຍຫລັງປະເທດລາວປ່ຽນການປົກຄອງເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນວັນທີ່ 2 ທັນວາ 1975 ແລ້ວ, ໄດ້ມີການປ່ຽນເອາເນື້ອຮ້ອງຂອງທ່ານສີຊະນະ ສີສານ ມາໃຊ້ ແຕ່ກໍ່ມີການດັດແປງເນື້ອຮ້ອງບາງທ່ອນໃຫ້ເຂົ້າກັບສະຖານະການໃນປີ 1988 ຕາມທີ່ກຳນົດໄວ້ໃນ ໝວດທີ່ X ມາດຕາ 92 ໃນ ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 ເນື້ອຮ້ອງ


 ສະບັບປັດຈຸບັນ (ສປປ.ລາວ)


ຊາດລາວຕັ້ງແຕ່ໃດມາ ລາວທຸກຖ້ວນຫນ້າເຊີດຊູສຸດໃຈ
ຮ່ວມແຮງຮ່ວມຈິດຮ່ວມໃຈ ສາມັກຄີກັນເປັນກຳລັງດຽວ
ເດັດດ່ຽວພ້ອມກັນກ້າວຫນ້າ ບູຊາຊູກຽດຂອງລາວ
ສົ່ງເສີມໃຊ້ສິດເປັນເຈົ້າ ລາວທຸກຊົນເຜົ່າສະເໝີພາບກັນ
ບໍ່ໃຫ້ພວກຈັກກະພັດ ແລະພວກຂາຍຊາດເຂົ້າມາລົບກວນ
ລາວທັງມວນຊູເອກະລາດ ອິດສະລະພາບຂອງຊາດລາວໄວ້
ຕັດສິນໃຈສູ້ຊິງເອົາໄຊ ພາຊາດລາວໄປສູ່ຄວາມວັດທະນາ

ສະບັບປີ 1947 (ຣາຊອານາຈັກລາວ)


ຊາດລາວຕັ້ງແຕ່ເດີມມາ ຂື້ນຊື່ລືຊາຢູ່ໃນອາຊີ
ຊາວລາວຜູກພັນໄມຕຼີ ຮ່ວມສາມັກຄີຮັກຫໍ່ໂຮມກັນ
ຮັກຊາດຮັກປະເທດເຮົາ ຮັກເຈົ້າປົກເກດເກສາ
ໂຮມຮັກຮ່ວມສາສນາ ແຕ່ບູຮານມາຮັກສາດິນແດນ
ບໍ່ໃຫ້ຊາດໃດມາລວນ ຮາວີຮົບກວນຍາດແຍ່ງຊີງເອົາ
ໃຜຂືນເຂົ້າມາລູ່ວຸ່ນວາຍ ສູ້ຈົນຕົວຕາຍຕ້ານທານສັດຕຼູ
ຊ່ວຍເຊີດຊູເລືອດເນື້ອເຊື້ອເຜົ່າ ຟື້ນຟູກູ້ເອົາບັນເທົາທຸກກັນ

 

ຊາດລາວຕັ້ງແຕ່ໃດມາ
ລາວທຸກຖ້ວນຫນ້າເຊີດຊູສຸດໃຈ
ຮ່ວມແຮງຮ່ວມຈິດຮ່ວມໃຈ
ສາມັກຄີກັນເປັນກຳລັງດຽວ
ເດັດດ່ຽວພ້ອມກັນກ້າວຫນ້າ
ບູຊາຊູກຽດຂອງລາວ
ສົ່ງເສີມໃຊ້ສິດເປັນເຈົ້າ
ລາວທຸກຊົນເຜົ່າສະເໝີພາບກັນ
ບໍ່ໃຫ້ຝູງຈັກກະພັດ
ແລະພວກຂາຍຊາດ
ເຂົ້າມາລົບກວນ
ລາວທັງມວນຊູເອກະລາດ
ອິດສະລະພາບ
ຂອງຊາດລາວໄວ້
ຕັດສິນໃຈສູ້ຊິງເອົາໄຊ
ພາຊາດກ້າວໄປສູ່ຄວາມວັດທະນາ

No comments:

Post a Comment